ສະມາຄົມອະສັງຫາລິມະຊັບລາວ ເປັນອີກສະມາຄົມຫນຶ່ງທີ່ມີຄວາມສໍາຄັນໃນກົນກັນການພັດທະນາທາງດ້ານ ເສດຸະກິດ ແລະ ກໍາລັງເລີ່ມກ້າວເຂົ້າສູ່ຍຸກໃໝ່ຂອງການພັດທະນາທີ່ມີຄວາມເປັນມືອາຊີບ ແລະ ຄວາມເປັນ ສາກົນ. ດັ່ງນັ້ນ ໂລໂກ້ທີ່ຖືກອອກແບບຄັ້ງນີ້ຈະເປັນສັນຍາລັກ ແລະເປັນຕົວແທນຂອງວິໄສທັດ “ການພັດທະນາ ອະສັງຫາລິມະຊັບລາວ ກ້າວສູ່ຄວາມເປັນມືອາຊີບ ແລະ ສາກົນ”
ທີ່ຈະນໍາພາອຸດສາຫະກຳນີ້ໄປສູ່ຄວາມຮຸ່ງເຮືອງ ຢ່າງຍືນຍົງ. ການອອກແບບໂລໂກ້ຄັ້ງນີ້ໄດ້ເອົາແນວຄິດຫຼັກມາຈາກການປະສົມປະສານລະຫວ່າງສາມອົງປະກອບທີ່ສໍາຄັນຄື: ເສັ້ນກຣາຟທີ່ສະແດງເຖິງການເຕີບໂຕ, ຮູບຊົງອາຄານ ແລະສະຖານທີ່ ທີ່ເປັນຕົວແທນຂອງຜະລິດຕະພັນຫຼັກໃນ ຂະແຫນງການ, ແລະ ອັດຕະລັກແຄນລາວທີ່ສະແດງເຖິງຄວາມເປັນເອກະລັກທ້ອງຖິ່ນ ແລະການເຕົ້າໂຮມຂອງ ທຸກພາກສ່ວນ. ແນວຄິດຫຼັກຂອງການອອກແບບໂລໂກ້ນີ້ ເອົາຈຸດເລີ່ມຕົ້ນມາຈາກຄວາມຕ້ອງການທີ່ຈະສື່ສານເຖິງຄວາມກ້າວໜ້າ ແລະການພັດທະນາຢ່າງຕໍ່ເນື່ອງຂອງອຸດສາຫະກຳອະສັງຫາລິມະຊັບໃນລາວ ໂດຍນໍາເອົາເສັ້ນກຣາຟທີ່ມີແນວໂນ້ມ ຂາຂຶ້ນມາປະຍຸກໃຊ້ກັບຮູບຊົງຂອງອາຄານ, ເຮົາສາມາດສ້າງສັນຍາລັກທີ່ໃສ່ໃຈທັງເຖິງດ້ານທຸລະກິດ ແລະດ້ານ ເທັກນິກໄປພ້ອມກັນ. ການນໍາສະເໜີຜ່ານລາຍເສັ້ນແນວຕັ້ງທີ່ມີຄວາມສູງແຕກຕ່າງກັນຈະຊ່ວຍສ້າງຄວາມຮູ້ສຶກ ເຖິງການເຄື່ອນໄຫວ, ການເຕີບໂຕ, ແລະ ການພັດທະນາທີ່ບໍ່ຢຸດຢັ້ງ. ນອກຈາກນີ້, ການລວມເອົາອົງປະກອບ ຂອງ “ເຮືອນ” ເຂົ້າໄປໃນການອອກແບບຈະເປັນການເປີດປະຕູສູ່ຄວາມຮຸ່ງເຮືອງທາງດ້ານອະສັງຫາລິມະຊັບທີ່ ກວ້າງຂວາງກວ່າເກົ່າ. ສີເຫຼືອງ/ບໍ່ພຽງເທົ່ານັ້ນ, ການເລືອກໃຊ້ສີສັນສໍາລັບໂລໂກ້ນີ້ ແມ່ນມີຄວາມຈົງໃຈແລະມີຄວາມໝາຍເລິກເຊິ່ງ. ສີທອງ ທີ່ຖືກເລືອກມາໃຊ້ເປັນສິຫຼັກນັ້ນບໍ່ພຽງແຕ່ສະແດງເຖິງຄວາມຈະເລີນຮຸ່ງເຮືອງແລະຄວາມຮັ່ງມີເທົ່ານັ້ນ, ແຕ່ຍັງເປັນການເຊື່ອມຕໍ່ກັບວັດທະນະທຳລາວທີ່ໃຫ້ຄຸນຄ່າກັບທອງຄໍາ ແລະສັນຍາລັກຂອງຄວາມຮັ່ງມີ. ສ່ວນ ສີຟ້າເຂັ້ມທີ່ຖືກນໍາມາໃຊ້ເປັນສີປະກອນແມ່ນເພື່ອສ້າງຄວາມສົມດຸນ ແລະສື່ເຖິງຄວາມສຸຂຸມ, ຄວາມໜ້າເຊື່ອຖື, และຄວາມສະບາຍໃຈທີ່ລູກຄ້າຈະຮູ້ສຶກໄດ້ເມື່ອເຮັດທຸລະກິດກັບສະມາຄົມ.
ວິໄສທັດ : ພັດທະນາອະສັງຫາລິມະຊັບລາວ ກ້າວສູ່ຄວາມເປັນມືອາຊີບ ແລະ ສາກົນ
ແນວຄິດການອອກແບບ : ເປັນການນໍາສະເໜີສັນຍາລັກຂອງ “ການພັດທະນາວຽກງານອະສັງຫາລິມະຊັບຂອງລາວ ໃຫ້ກ້າວສູ່ຄວາມເປັນສາກົນຢ່າງບໍ່ຢຸດຢັ້ງ” ເຊິ່ງໄດ້ແຮງ ບັນດານໃຈມາຈາກ “ເສັ້ນກຣາຟ” ທີ່ສະທ້ອນໃຫ້ເຫັນເຖິງການເຄື່ອນໄຫວ ແລະຂະຫຍາຍໂຕຢ່າງຕໍ່ເນື່ອງໄປໃນທິດທາງດຽວກັນ ແລະ ໄດ້ຄະນະ ດຽວກັນ ເສັ້ນກຣາຟດັ່ງກ່າວ ກໍຍັງເປັນຕົວແທນຂອງຮູບຊົງອາຄານ ແລະສະຖານທີ່ຕ່າງໆ ທີ່ເປັນອົງປະກອບຂອງອະສັງຫາລິມາຊັບແต่ละปะเพดใบ ລາວ. ໃນອີກຫນຶ່ງມູມທີ່ຫນ້າສົນໃຈ ຜູ້ອອກແບບຍັງໄດ້ສະແດງອອກເຖິງຂອງເປັນລາວ ຜ່ານເສັ້ນສາຍຂອງອາຄານ ແລະລາຍລະອຽດຕ່າງໆທີ່ເຮັດໃຫ້ ຮູ້ສຶກຄືກັບສັນຍາລັກຂອງ “ແຄນລາວ” ແລະການເຕົ້າໂຮມ
“ເສັ້ນກຣາຟ”
“ເສັ້ນອາຄານ”
“ແຄນລາວ”
Hi, this is a comment.
To get started with moderating, editing, and deleting comments, please visit the Comments screen in the dashboard.
Commenter avatars come from Gravatar.