ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເຊີນທາງສະມາຄົມອະສັງຫາລິມະຊັບລາວເຮົາ ໂດຍແມ່ນ ທ່ານ ປະທານ ຫຸມພັນ ໄຊຍະລາດ ໄດ້ຕ່າງໜ້າສະມາຄົມເຂົ້າຮ່ວມກິດຈະກຳສົ່ງເສີມການນຳໃຊ້ລະຫັດບາໂຄດ ຂອງ ສປປ ລາວ (GSI Laos) ໃນຄັ້ງວັນທີ: 26 ກຸມພາ 2026 ເວລາ: 09:00 – 12:30 ໂມງ ທີ່: ໂຮງແຮມ Amari, ນະຄອນຫຼວງວຽງຈັນ.
ພວກເຮົາຂໍສະແດງຄວາມຂອບໃຈຢ່າງສູງ ຕໍ່ການໃຫ້ກຽດເຊີນສະມາຄົມຂອງເຮົາເຂົ້າຮ່ວມກິດຈະກຳດັ່ງກ່າວ ຊຶ່ງເປັນໂອກາດອັນດີໃນການຮ່ວມມື ແລະ ແລກປ່ຽນປະສົບການ ເພື່ອສົ່ງເສີມການພັດທະນາວຽກງານໃຫ້ມີຄວາມກ້າວໜ້າ ແລະ ມີມາດຕະຖານສາກົນ.




