ທ່ານ ຫຸມພັນ ໄຊຍະລາດ ປະທານສະມາຄົມອະສັງຫາລິມະຊັບ ໄດ້ຕອບຮັບເຊີນເຂົ້າຮ່ວມການສົນທະນາ ຈັດໂດຍ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ໃນຫົວຂໍ້:
“ແນວໂນ້ມການພັດທະນາອະສັງຫາລິມະຊັບລາວ ແລະ ການອອກແບບທີ່ໃສ່ໃຈສິ່ງແວດລ້ອມ”ໃນວັນທີ: 10 ພະຈິກ 2025 ;ເວລາ: 13:30 – 15:30 ໂມງ ;ສະຖານທີ່: ບໍລິສັດ ສຸວັນນີ ໂຮມເຊັນເຕີ ສາຂາ ສົມສະໜຸກ.
ການສົນທະນາຄັ້ງນີ້ ເປັນເວທີໃຫ້ຜູ້ຊ່ຽວຊານ ແລະ ຜູ້ປະກອບການ ໄດ້ແລກປ່ຽນທັດສະນະ ກ່ຽວກັບທິດທາງການພັດທະນາອະສັງຫາລິມະຊັບ ໃນຍຸກໃໝ່ ພ້ອມສົ່ງເສີມມາດຕະຖານການອອກແບບ ແລະ ການກໍ່ສ້າງທີ່ຍືນຍົງ.
ສະມາຄົມອະສັງຫາລິມະຊັບລາວ ຂໍຂອບໃຈຜູ້ຈັດງານທີ່ໃຫ້ກຽດເຊີນ ແລະ ຄາດຫວັງວ່າການສົນທະນານີ້ ຈະສ້າງປະໂຫຍດໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງທຸກຝ່າຍ.
