ງານ The National Startup Fest 2026 ສຳເລັດຢ່າງຍິ່ງໃຫຍ່ ສົ່ງເສີມ Startup ແລະ ການລົງທຶນໃນ ສປປ ລາວ
ວັນທີ 23–24 ເມສາ 2026 ທີ່ ໂຮງແຮມ Holiday Inn & Suites Vientiane ນະຄອນຫຼວງວຽງຈັນ, ໄດ້ມີການຈັດງານ The National Startup Fest 2026 ເຊິ່ງເປັນງານລະດັບຊາດ ເພື່ອສົ່ງເສີມນະວັດຕະກຳ ແລະ ພັດທະນາ Startup Ecosystem ໃນ ສປປ ລາວ ພ້ອມທັງສ້າງເຄືອຂ່າຍທາງທຸລະກິດ ແລະ ເພີ່ມໂອກາດໃນການລົງທຶນ. ງານດັ່ງກ່າວ ໄດ້ຮວບຮວມຜູ້ປະກອບການ Startup, SME, ນັກທຸລະກິດ, ນັກລົງທຶນ ພ້ອມທັງອົງກອນສາກົນ ເຊັ່ນ KOICA ແລະ World Bank ແລະ ອົງກອນພາກລັດ-ເອກະຊົນທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງຄັບຄັ່ງ. ໃນໂອກາດນີ້ ທ່ານ ຫຸມພັນ ໄຊຍະລາດ ໄດ້ເຂົ້າຮ່ວມເປັນຕົວແທນຂອງສະມາຄົມຊົມລົມປະເມີນມູນຄ່າຊັບສິນ ແລະ ບໍລິສັດ ລາວວາລູ ເພື່ອແລກປ່ຽນປະສົບການ ແລະ ສ້າງຄວາມຮ່ວມມືໃນອະນາຄົດ.
ເນື້ອໃນກິດຈະກຳຫຼັກ ປະກອບມີການນຳສະເໜີກ່ຽວກັບ AI ແລະ ນະວັດຕະກຳ, ການພັດທະນາ Startup Ecosystem, ບົດບາດ FinTech ໃນ ສປປ ລາວ, ການແຂ່ງຂັນ Startup Pitching Competition, ກິດຈະກຳ Business Matching & Networking ແລະ ການຈັດບູດສະແດງຜົນງານ. ງານໄດ້ປະສົບຜົນສຳເລັດຢ່າງດີ ໂດຍສາມາດສ້າງເຄືອຂ່າຍທຸລະກິດໃໝ່ ແລະ ເຊື່ອມໂຍງຜູ້ປະກອບການຈາກຫຼາຍພາກສ່ວນ ພ້ອມທັງເປີດໂອກາດໃຫ້ Startup ເຂົ້າເຖິງນັກລົງທຶນ. ນອກນັ້ນ ການແຂ່ງຂັນ Startup Pitching ຍັງໄດ້ມອບລາງວັນລວມມູນຄ່າຫຼາຍກວ່າ 200 ລ້ານກີບ.
ງານ The National Startup Fest 2026 ຖືເປັນເຫດການສຳຄັນ ທີ່ມີບົດບາດໃນການຂັບເຄື່ອນ ແລະ ພັດທະນາ Startup Ecosystem ໃນ ສປປ ລາວ ໃຫ້ເຕີບໂຕຢ່າງຍືນຍົງ ພ້ອມທັງເປັນເວທີສຳຄັນໃນການສ້າງໂອກາດໃຫ້ທຸລະກິດລາວເຂົ້າເຖິງແຫຼ່ງທຶນ ພັດທະນານະວັດຕະກຳ ແລະ ຂະຫຍາຍສູ່ຕະຫຼາດສາກົນ.
By: Manh Tky