ຄະນະບໍລິຫານຂອງພວກເຮົາໄດ້ຈັດກອງປະຊຸມ ປຶກສາຫາລື ປະຈຳເດືອນ 1 ຢ່າງເປັນທາງການໃນວັນທີ 04/02/2026. ເປົ້າໝາຍຫຼັກຂອງກອງປະຊຸມຄັ້ງນີ້ແມ່ນເພື່ອທົບ ທວນຄືນຜົນງານທີ່ຜ່ານມາ ແລະ ວາງທິດທາງ ແຜນການເຄື່ອນໄຫວກິດຈະກຳຕ່າງໆ ທີ່ຈະເກີດຂຶ້ນ ພາຍໃນສະມາຄົມຂອງພວກເຮົາ.
ຄະນະບໍລິຫານມີຄວາມຕັ້ງໃຈທີ່ຈະສ້າງສັນກິດຈະກຳດີໆ ເພື່ອພັດທະນາອົງກອນໃຫ້ກ້າວໜ້າໄປພ້ອມກັນ. ຂໍໃຫ້ທຸກທ່ານຕິດຕາມລາຍລະອຽດຂອງກິດຈະກຳທີ່ຈະແຈ້ງໃຫ້ຊາບໃນໄວໆນີ້.






