ສະມາຄົມອະສັງຫາລິມະຊັບລາວ ເປັນອີກສະມາຄົມຫນຶ່ງທີ່ມີຄວາມສໍາຄັນໃນກົນກັນການພັດທະນາທາງດ້ານ ເສດຸະກິດ ແລະ ກໍາລັງເລີ່ມກ້າວເຂົ້າສູ່ຍຸກໃໝ່ຂອງການພັດທະນາທີ່ມີຄວາມເປັນມືອາຊີບ ແລະ ຄວາມເປັນ ສາກົນ. ດັ່ງນັ້ນ ໂລໂກ້ທີ່ຖືກອອກແບບຄັ້ງນີ້ຈະເປັນສັນຍາລັກ ແລະເປັນຕົວແທນຂອງວິໄສທັດ “ການພັດທະນາ ອະສັງຫາລິມະຊັບລາວ ກ້າວສູ່ຄວາມເປັນມືອາຊີບ ແລະ ສາກົນ”
ທີ່ຈະນໍາພາອຸດສາຫະກຳນີ້ໄປສູ່ຄວາມຮຸ່ງເຮືອງ ຢ່າງຍືນຍົງ. ການອອກແບບໂລໂກ້ຄັ້ງນີ້ໄດ້ເອົາແນວຄິດຫຼັກມາຈາກການປະສົມປະສານລະຫວ່າງສາມອົງປະກອບທີ່ສໍາຄັນຄື: ເສັ້ນກຣາຟທີ່ສະແດງເຖິງການເຕີບໂຕ, ຮູບຊົງອາຄານ ແລະສະຖານທີ່ ທີ່ເປັນຕົວແທນຂອງຜະລິດຕະພັນຫຼັກໃນ ຂະແຫນງການ, ແລະ ອັດຕະລັກແຄນລາວທີ່ສະແດງເຖິງຄວາມເປັນເອກະລັກທ້ອງຖິ່ນ ແລະການເຕົ້າໂຮມຂອງ ທຸກພາກສ່ວນ. ແນວຄິດຫຼັກຂອງການອອກແບບໂລໂກ້ນີ້ ເອົາຈຸດເລີ່ມຕົ້ນມາຈາກຄວາມຕ້ອງການທີ່ຈະສື່ສານເຖິງຄວາມກ້າວໜ້າ ແລະການພັດທະນາຢ່າງຕໍ່ເນື່ອງຂອງອຸດສາຫະກຳອະສັງຫາລິມະຊັບໃນລາວ ໂດຍນໍາເອົາເສັ້ນກຣາຟທີ່ມີແນວໂນ້ມ ຂາຂຶ້ນມາປະຍຸກໃຊ້ກັບຮູບຊົງຂອງອາຄານ, ເຮົາສາມາດສ້າງສັນຍາລັກທີ່ໃສ່ໃຈທັງເຖິງດ້ານທຸລະກິດ ແລະດ້ານ ເທັກນິກໄປພ້ອມກັນ. ການນໍາສະເໜີຜ່ານລາຍເສັ້ນແນວຕັ້ງທີ່ມີຄວາມສູງແຕກຕ່າງກັນຈະຊ່ວຍສ້າງຄວາມຮູ້ສຶກ ເຖິງການເຄື່ອນໄຫວ, ການເຕີບໂຕ, ແລະ ການພັດທະນາທີ່ບໍ່ຢຸດຢັ້ງ. ນອກຈາກນີ້, ການລວມເອົາອົງປະກອບ ຂອງ “ເຮືອນ” ເຂົ້າໄປໃນການອອກແບບຈະເປັນການເປີດປະຕູສູ່ຄວາມຮຸ່ງເຮືອງທາງດ້ານອະສັງຫາລິມະຊັບທີ່ ກວ້າງຂວາງກວ່າເກົ່າ. ສີເຫຼືອງ/ບໍ່ພຽງເທົ່ານັ້ນ, ການເລືອກໃຊ້ສີສັນສໍາລັບໂລໂກ້ນີ້ ແມ່ນມີຄວາມຈົງໃຈແລະມີຄວາມໝາຍເລິກເຊິ່ງ. ສີທອງ ທີ່ຖືກເລືອກມາໃຊ້ເປັນສິຫຼັກນັ້ນບໍ່ພຽງແຕ່ສະແດງເຖິງຄວາມຈະເລີນຮຸ່ງເຮືອງແລະຄວາມຮັ່ງມີເທົ່ານັ້ນ, ແຕ່ຍັງເປັນການເຊື່ອມຕໍ່ກັບວັດທະນະທຳລາວທີ່ໃຫ້ຄຸນຄ່າກັບທອງຄໍາ ແລະສັນຍາລັກຂອງຄວາມຮັ່ງມີ. ສ່ວນ ສີຟ້າເຂັ້ມທີ່ຖືກນໍາມາໃຊ້ເປັນສີປະກອນແມ່ນເພື່ອສ້າງຄວາມສົມດຸນ ແລະສື່ເຖິງຄວາມສຸຂຸມ, ຄວາມໜ້າເຊື່ອຖື, และຄວາມສະບາຍໃຈທີ່ລູກຄ້າຈະຮູ້ສຶກໄດ້ເມື່ອເຮັດທຸລະກິດກັບສະມາຄົມ.
ວິໄສທັດ : ພັດທະນາອະສັງຫາລິມະຊັບລາວ ກ້າວສູ່ຄວາມເປັນມືອາຊີບ ແລະ ສາກົນແນວຄິດການອອກແບບ : ເປັນການນໍາສະເໜີສັນຍາລັກຂອງ “ການພັດທະນາວຽກງານອະສັງຫາລິມະຊັບຂອງລາວ ໃຫ້ກ້າວສູ່ຄວາມເປັນສາກົນຢ່າງບໍ່ຢຸດຢັ້ງ” ເຊິ່ງໄດ້ແຮງ ບັນດານໃຈມາຈາກ “ເສັ້ນກຣາຟ” ທີ່ສະທ້ອນໃຫ້ເຫັນເຖິງການເຄື່ອນໄຫວ ແລະຂະຫຍາຍໂຕຢ່າງຕໍ່ເນື່ອງໄປໃນທິດທາງດຽວກັນ ແລະ ໄດ້ຄະນະ ດຽວກັນ ເສັ້ນກຣາຟດັ່ງກ່າວ ກໍຍັງເປັນຕົວແທນຂອງຮູບຊົງອາຄານ ແລະສະຖານທີ່ຕ່າງໆ ທີ່ເປັນອົງປະກອບຂອງອະສັງຫາລິມາຊັບແต่ละปะเพดใบ ລາວ. ໃນອີກຫນຶ່ງມູມທີ່ຫນ້າສົນໃຈ ຜູ້ອອກແບບຍັງໄດ້ສະແດງອອກເຖິງຂອງເປັນລາວ ຜ່ານເສັ້ນສາຍຂອງອາຄານ ແລະລາຍລະອຽດຕ່າງໆທີ່ເຮັດໃຫ້ ຮູ້ສຶກຄືກັບສັນຍາລັກຂອງ “ແຄນລາວ” ແລະການເຕົ້າໂຮມ
“ເສັ້ນກຣາຟ”
“ເສັ້ນອາຄານ”
“ແຄນລາວ”
Hi, this is a comment. To get started with moderating, editing, and deleting comments, please visit the Comments screen in the dashboard. Commenter avatars come from Gravatar.
Save my name, email, and website in this browser for the next time I comment.
Hi, this is a comment.
To get started with moderating, editing, and deleting comments, please visit the Comments screen in the dashboard.
Commenter avatars come from Gravatar.